[Lao Ver] ACCEPT II Project Drives ASEAN’s Energy Transition with High-Level Policy Dialogues and Regional Workshop in Lao PDR

Vientiane, 25-26 July 2024

ຮູບທີ 1. (ຈາກຊ້າຍຫາຂວາ) ທ່ານເບນີ ເຊີຢາດີ (Beni Suryadi), ຜູ້ບໍລິຫານໂຄງການ ACCEPT II, ທ່ານ ເຄເຈນ ທໍໂມດ ເພດເຕີເຊນ (Kjell Tormod Pettersen), ເອກອັກຄະລັດຖະທູດນໍແວປະຈໍາອາຊຽນ, ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ, ທ່ານ ແອສເປັນ ບາດ ແອັດເລ (Espen Barth Eide), ລັດຖະມົນຕີກະຊວງການຕ່າງປະເທດນໍແວ ແລະ ທ່ານ ຮາຍ ໂຊບາກເກິນ (Hilde Solbakken), ເອກອັກຄະລັດຖະທູດນໍແວ ປະຈໍາ ສສ ຫວຽດນາມ ແລະ ສປປ ລາວ..

ກອງປະຊຸມໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ, ລະຫວ່າງວັນທີ 25-26 ກໍລະກົດ 2024 ທີ່ຜ່ານມາ ໂດຍແມ່ນກະຊວງພະລັງງານ ແລະ ບໍ່ແຮ່, ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ຮ່ວມກັບສູນພະລັງງານອາຊຽນ (ACE) ຜ່ານໂຄງການປ່ຽນແປງດິນຟ້າອາກາດ ແລະ ພະລັງງານອາຊຽນ ໄລຍະທີ II (ACCEPT II) ໂດຍການສະໜັບສະໜູນຈາກ ລັດຖະບານ ນໍເວ ແລະ ສະຫະພາບເອີຣົບ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ  ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ທ່ານ ແອສເປັນ ບາດ ແອັດເລ (Espen Barth Eide) ລັດຖະມົນຕີກະຊວງການຕ່າງປະເທດນໍແວ. ມີ ທ່ານ ເບນີ ເຊີຢາດີ (Beni Suryadi) ຜູ້ບໍລິຫານໂຄງການ ACCEPT II, ທ່ານ ເຄເຈນ ທໍໂມດ ເພດເຕີເຊນ (Kjell Tormod Pettersen) ເອກອັກຄະລັດຖະທູດນໍແວ ປະຈໍາອາຊຽນ, ທ່ານ ຮາຍ ໂຊບາກເກິນ (Hilde Solbakken) ເອກອັກຄະລັດຖະທູດນໍແວ ປະຈໍາ ສສ ຫວຽດນາມ ແລະ ສປປ ລາວ ພ້ອມດ້ວຍຜູ້ແທນຈາກປະເທດສະມາຊິກອາຊຽນ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ສປປລາວ ເຂົ້າຮ່ວມ.

ຮູບທີ 2. ຜູ້ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ວ່າດ້ວຍ ການນໍາໃຊ້ປະໂຫຍດຈາກຕາຂ່າຍໄຟຟ້າອາຊຽນ ເພື່ອຫຼຸດຜ່ອນການປ່ອຍທາດກາກບອນໃນຂະແໜງພະລັງງານອາຊຽນ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໄດ້ກ່າວເປີດກອງປະຊຸມວ່າ: “ການເປັນເຈົ້າພາບຈັດກອງປະຊຸມສໍາຄັນເຫຼົ່ານີ້ ໄດ້ຍົກໃຫ້ເຫັນເຖິງການປະກອບສ່ວນຢ່າງຕັ້ງໜ້າ ແລະ ການສະໜັບສະໜູນຢ່າງຈິງຈັງ ຂອງ ສປປ ລາວ ໃນການນໍາພາພາກພື້ນອາຊຽນໄປສູ່ອະນາຄົດທີ່ຍືນຍົງ ແລະ ການຫັນໄປສູ່ພະລັງງານກາກບອນຕໍ່າ. ສປປລາວ ສະແດງຄວາມຂອບໃຈຢ່າງສູງ ຕໍ່ບົດບາດຂອງ ສູນພະລັງງານອາຊຽນ (ACE) ໃນການອໍານວຍຄວາມສະດວກໃຫ້ແກ່ການຮ່ວມມືຢູ່ໃນພາກພື້ນ, ການຂັບເຄື່ອນຕາຂ່າຍໄຟຟ້າຂອງອາຊຽນ ແລະ ໂຄງການລິເລີ່ມການຫັນໄປສູ່ພະລັງງານກາກບອນຕໍ່າໃນອາຊຽນ ແມ່ນມີຄວາມສໍາຄັນຕໍ່ການບັນລຸເປົ້າໝາຍດ້ານການປ່ຽນແປງດິນຟ້າອາກາດ ແລະ ພະລັງງານຂອງພວກເຮົາ.”

 ທ່ານ ແອສເປັນ ບາດ ແອັດເລ ລັດຖະມົນຕີກະຊວງການຕ່າງປະເທດນໍແວ ໄດ້ກ່າວປາໄສສໍາຄັນບາງຕອນວ່າ: “ນໍແວມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນການຫັນປ່ຽນພະລັງງານຂອງອາຊຽນ ໃນອະນາຄົດມີຄວາມຍືນຍົງ ໂດຍການຫັນໄປສູ່ພະລັງງານກາກບອນຕໍ່າ. ຕາຂ່າຍໄຟຟ້າອາຊຽນ ມີທ່າແຮງສໍາຄັນໃນການຫຼຸດຜ່ອນການປ່ອຍອາຍຜິດກາກບອນ ແລະ ເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ ໂດຍຜ່ານການຮ່ວມມືຢູ່ໃນພາກພື້ນ, ການເຊື່ອມໂຍງຂອງພະລັງງານໄຟຟ້ານໍ້າຕົກ ແລະ ແຫຼ່ງພະລັງງານທົດແທນອື່ນໆ. ຂ້າພະເຈົ້າເຊື່ອໝັ້ນວ່າ ໂຄງການ ACCEPT II  ມີບົດບາດສໍາຄັນໃນການຂັບເຄື່ອນແນວຄິດລິເລີ່ມເຫຼົ່ານີ້ໃຫ້ກ້າວໄປຂ້າງໜ້າ.”

ຕະຫຼອດໄລຍະ 2 ມື້ຂອງການດຳເນີນກອງປະຊຸມ, ຜູ້ແທນ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນຢ່າງກົງໄປກົງມາ ທັງນີ້ກໍ່ເພື່ອຮັບປະກັນໃຫ້ການສ້າງພາກພື້ນອາຊຽນກາຍເປັນພາກພື້ນທີ່ມີການພັດທະນາໄປສູ່ກາກບອນຕໍ່າ ໂດຍສະເພາະແມ່ນໄດ້ປຶກສຫາລື ກ່ຽວກັບການນໍາໃຊ້ປະໂຫຍດຈາກຕາຂ່າຍໄຟຟ້າອາຊຽນ ເພື່ອຫຼຸດຜ່ອນການປ່ອຍທາດກາກບອນໃນຂະແໜງພະລັງງານອາຊຽນ, ເຊິ່ງໄດ້ຈັດຂຶ້ນຮ່ວມກັບກະຊວງການຕ່າງປະເທດນໍແວ ແລະ ສະຖາບັນສາກົນນໍແວ (NUPI), ຖືເປັນກອງປະຊຸມສໍາຄັນທີ່ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ການປຶກສາຫາລືດັ່ງກ່າວ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງ APG ໃນການອໍານວຍຄວາມສະດວກໃຫ້ແກ່ການຊື້ຂາຍພະລັງງານໄຟຟ້າໃນພາກພື້ນ, ການເຊື່ອມໂຍງພະລັງງານທົດແທນ ແລະ ການບັນລຸຄວາມເປັນກາງທາງກາກບອນໃນທົ່ວອາຊຽນ. ຕາຂ່າຍໄຟຟ້າອາຊຽນ (APG) ແມ່ນໜຶ່ງໃນບັນດາໂຄງການພາຍໃຕ້ແຜນປະຕິບັດງານອາຊຽນ ວ່າດ້ວຍການຮ່ວມມືທາງດ້ານພະລັງງານ (APAEC).

ຮູບທີ 3. ທ່ານ ສຸຈີໂຣ ຊີອັມ (Sujiro Seam), ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາອາຊຽນ ພ້ອມດ້ວຍຜູ້ເຂົ້າຮ່ວມກອງປະຊຸມ HLPD ວ່າດ້ວຍ ການປັບປຸງນະໂຍບາຍໃຫ້ສອດຄ່ອງກັບເສດຖະກິດກາກບອນຕໍ່າ ເພື່ອສະໜັບສະໜູນແຜນງານພະລັງງານຂອງພາກພື້ນອາຊຽນຄັ້ງຕໍ່ໄປ ແລະ ກອງປະຊຸມສຳມະນາພາກພື້ນອາຊຽນ ວ່າດ້ວຍ ຄວາມຄືບໜ້າໃນການຫັນໄປສູ່ພະລັງງານກາກບອນຕໍ່າ ເພື່ອສະໜັບສະໜູນແຜນງານພະລັງງານຂອງພາກພື້ນອາຊຽນຄັ້ງຕໍ່ໄປ

ພ້ອມກັນນີ້, ຄະນະຜູ້ແທນຍັງໄດ້ ປຶກສາຫາລືຢ່າງກວ້າງຂວາງ ກ່ຽວກັບການພັດທະນາ APG, ການຮັບມືກັບ ສິ່ງທ້າທາຍທາງເຕັກນິກ ເຊັ່ນ: ການປັບປຸງ ແລະ ການຮັບປະກັນສະຖຽນລະພາບຂອງຕາຂ່າຍໄຟຟ້າ, ຄົ້ນຄວ້າກ່ຽວກັບການຍົກລະດັບໂຄງສ້າງພື້ນຖານ ສໍາລັບການຖ່າຍທອດພະລັງງານທົດແທນ ແລະ ຄວາມໜ້າເຊື່ອຖືດັ່ງກ່າວ. ຄະນະຜູ້ແທນລະດັບສູງຍັງ​ໄດ້​ສຸມ​ໃສ່ການ​ສ້າງ​ນະ​ໂຍບາຍ​ທີ່​ສອດຄ່ອງ ​ແລະ ມີລະບຽບຫຼັກ​ການ​ທີ່ກ່ຽວພັນ​ກັນ​ໃນ​ທົ່ວ​ອາ​ຊຽນ ​ເພື່ອ​ອໍານວຍຄວາມສະດວກໃນການ​ນຳ​ໃຊ້ APG ​ແລະ ການ​ຊື້-ຂາຍ​ໄຟຟ້າ​ຂອງຫຼາຍ​ຝ່າຍ. ມີການປຶກສາຫາລືກ່ຽວກັບກົນໄກທາງດ້ານການເງິນ ເປັນຕົ້ນແມ່ນ ພັນທະບັດສີຂຽວ ແລະ ໃບຢັ້ງຢືນພະລັງງານທົດແທນ ເພື່ອດຶງດູດການລົງທຶນເຂົ້າໃນໂຄງການພະລັງງານທົດແທນຂະໜາດໃຫຍ່. ໂດຍເນັ້ນໃສ່ການເພີ່ມທະວີການຮ່ວມມື, ການແລກປ່ຽນຄວາມຮູ້ໃນພາກພື້ນ, ພ້ອມທັງຮຽກຮ້ອງໃຫ້ມີການຮ່ວມມືລະຫວ່າງລັດຖະບານ ເພື່ອບັນລຸເປົ້າໝາຍດ້ານດິນຟ້າອາກາດ ແລະ ການແບ່ງປັນວິທີການປະຕິບັດທີ່ດີທີ່ສຸດຈາກໂຄງການທົດລອງ ແລະ ປະສົບການການຊື້ຂາຍໄຟຟ້າ.

ນອກຈາກນີ, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ HLPD ຍັງໄດ້ຮ່ວມກັນປຶກສາຫລື ແລະ ສົນທະນາກ່ຽວກັບກົນໄກ ແລະ ແບບແຜນ ການປັບປຸງນະໂຍບາຍໃຫ້ສອດຄ່ອງກັບເສດຖະກິດກາກບອນຕໍ່າ ເພື່ອສະໜັບສະໜູນແຜນງານພະລັງງານຂອງພາກພື້ນອາຊຽນຄັ້ງຕໍ່ໄປ. ການປຶກສາຫາລືກັນໃນຫົວຂໍ້ນີ້ ຜູ້ແທນໄດ້ພ້ອມກັນຍົກບັນຫາ ການປັບປຸງນະໂຍບາຍລະດັບຊາດ ແລະ ລະດັບພາກພື້ນ ເພື່ອຫັນໄປສູ່ພະລັງງານກາກບອນຕໍ່າໃນອະນາຄົດ. ການປຶກສາຫາລືດັ່ງກ່າວໄດ້ສຸມໃສ່ບູລິມະສິດຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ຂອງ​ອາ​ຊຽນ ຫຼັງປີ 2025, ການປຶກສາຫາລືຍັງ​ໄດ້​ຄົ້ນຄວ້າ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຂະ​ແໜງ​ການຕ່າງໆ​ໃນ​ອາ​ຊຽນ​ ເພື່ອຫຼຸດຜ່ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເຊິ່ງລວມທັງມີຂະແໜງພະລັງງານ ຮ່ວມຢູ່ນຳ.

ກອງປະຊຸມສຳມະນາພາກພື້ນອາຊຽນ ໃນຫົວຂໍ້ “ຄວາມຄືບໜ້າໃນການຫັນໄປສູ່ພະລັງງານກາກບອນຕໍ່າ ເພື່ອສະໜັບສະໜູນແຜນງານພະລັງງານຂອງພາກພື້ນອາຊຽນຄັ້ງຕໍ່ໄປ” ພາຍໃຕ້ການສະໜັບສະໜູນຈາກສະຫະພາບເອີຣົບ ເຊິ່ງໄດ້ເຕົ້າໂຮມເອົາຄະນະຜູ້ແທນຈາກທົ່ວພາກພື້ນອາຊຽນ ເພື່ອປຶກສາຫາລືກ່ຽວກັບການເຊື່ອມໂຍງຍຸດທະສາດການປ່ຽນແປງດິນຟ້າອາກາດເຂົ້າໃສ່ APAEC ໄລຍະປີ 2026-2030. ກອງປະຊຸມສຳມະນາດັ່ງກ່າວ ໄດ້ສຸມໃສ່ໂອກາດໃນການຈັດຫາທຶນສໍາລັບເຕັກໂນໂລຊີກາກບອນຕໍ່າ, ການນໍາໃຊ້ເຕັກໂນໂລຊີສະອາດ ແລະ ເຕັກໂນໂລຊີໃໝ່ໆ ລວມທັງການປັບປຸງການສື່ສານ ແລະ ການແບ່ງປັນຄວາມຮູ້ລະຫວ່າງຂະແໜງພະລັງງານ ແລະ ດິນຟ້າອາກາດ. ຄະນະຜູ້ແທນຍັງໄດ້ແບ່ງປັນວິທີການປະຕິບັດທີ່ດີ ແລະ ບົດຮຽນທີ່ຖອດຖອນໄດ້, ໂດຍ​ແນ​ໃສ່ການ​ສ້າງ​ຄວາມອາດ​ສາມາດ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ເພື່ອຂັບເຄື່ອນການຫັນໄປສູ່ພະລັງງານກາກບອນຕໍ່າ. ກອງປະຊຸມສຳມະນາຄັ້ງນີ້ ໄດ້ເປີດໂອກາດໃຫ້ມີການປຶກສາຫາລືເຊີງເລິກ ກ່ຽວກັບຂັ້ນຕອນການປະຕິບັດ ເພື່ອສະໜັບສະໜູນເປົ້າໝາຍການຫັນໄປສູ່ພະລັງງານກາກບອນຕໍ່າຂອງອາຊຽນ ແລະ ໃຫ້ຂໍ້ມູນສໍາລັບການພັດທະນາແຜນງານພະລັງງານຂອງພາກພື້ນອາຊຽນຄັ້ງຕໍ່ໄປ.

***

ຂໍ້ມູນກ່ຽວກັບສູນພະລັງງານອາຊຽນ (ACE)

ສູນພະລັງງານອາຊຽນ ສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1999, ເປັນອົງການຈັດຕັ້ງລະຫວ່າງລັດຖະບານ ຂອງປະຊາຄົມອາຊີ ຕາເວັນອອກສ່ຽງໃຕ້ (ASEAN) ເຊິ່ງເປັນຕົວແທນຜົນປະໂຫຍດຂອງສະມາຊິກອາຊຽນ 10 ປະເທດ (AMS) ໃນຂະແໜງພະລັງງານ, ACE ສະໜັບສະໜູນການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ ວ່າດ້ວຍການຮ່ວມມືທາງດ້ານພະລັງງານ (APAEC), ເປັນກົດບັດໃນການຮ່ວມມືສູ່ການຍົກລະດັບພະລັງງານອາຊຽນ. ສູນດັ່ງກ່າວໄດ້ຮັບການຊີ້ນຳໂດຍຄະນະບໍລິຫານອາວຸໂສດ້ານພະລັງງານຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ຜູ້ຕາງໜ້າຈາກກອງເລຂາອາຊຽນໃນຖານະທີ່ເປັນອະດີດສະມາຊິກ.

 

ສາມພາລະບົດບາດທີ່ສໍາຄັນຂອງ ACE:

  • ເປັນຕົວເລັ່ງໃນການຮວບຮວມ ແລະ ເສີມສ້າງຄວາມເຂັ້ມແຂງໃນການຮ່ວມມື ແລະ ຟື້ນຟູດ້ານພະລັງງານອາຊຽນ ໂດຍການຈັດຕັ້ງປະຕິບັດໂຄງການກ່ຽວກັບການສ້າງຄວາມອາດສາມາດທີ່ກ່ຽວຂ້ອງ ເພື່ອຊ່ວຍເຫຼືອປະເທດສະມາຊິກອາຊຽນ (AMS) ໃນການພັດທະນາຂະແໜງພະລັງງານຂອງຕົນ.
  • ເປັນສູນຂໍ້ມູນພະລັງງານ ແລະ ສູນຄວາມຮູ້ຂອງອາຊຽນ ເພື່ອເປັນບ່ອນເກັບຂໍ້ມູນຄວາມຮູ້ສຳຄັນສໍາລັບ
  • ເປັນສະຖາບັນຄົ້ນຄວ້າດ້ານພະລັງງານອາຊຽນ ເພື່ອໃຫ້ການຊ່ວຍເຫຼືອ ປະເທດສະມາຊິກອາຊຽນໂດຍການກໍານົດ ແລະ ນໍາສະເໜີວິທີແກ້ໄຂທີ່ເປັນນະວັດຕະກໍາຕໍ່ກັບສິ່ງທ້າທາຍທາງດ້ານພະລັງງານອາຊຽນໃນດ້ານນະໂຍບາຍ, ຂອບເຂດກົດໝາຍ ແລະ ກົດລະບຽບ ແລະ ເຕັກໂນໂລຊີ.

ການຮັກສາຮູບແບບການພັດທະນາຂອງພາກພື້ນໃຫ້ຍືນຍົງ ແລະ ບໍ່ເປັນອັນຕະລາຍຕໍ່ລະບົບນິເວດ ຖືເປັນຂໍ້ຄໍານຶງພື້ນຖານຂອງຂະແໜງພະລັງງານຂອງອາຊຽນ. ຫ້ອງການ ACE ຕັ້ງຢູ່ກຸງຈາກາຕາ, ປະເທດອິນໂດເນເຊຍ, ເຊິ່ງຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ຂອງອິນໂດເນເຊຍ. ເຂົ້າເບິ່ງເວັບໄຊຂອງ ACE ໄດ້ທີ່: aseanenergy.org.

ຫາກຕ້ອງການຂໍ້ມູນເພີ່ມເຕີມ, ສາມາດພົວພັນຫາ:
ຝ່າຍປະຊາສໍາພັນຂອງ ACE: [email protected]

ຂໍ້ມູນກ່ຽວກັບໂຄງການປ່ຽນແປງດິນຟ້າອາກາດ ແລະ ພະລັງງານອາຊຽນ ໄລຍະທີ II (ACCEPT II)

ໂຄງການປ່ຽນແປງດິນຟ້າອາກາດ ແລະ ພະລັງງານອາຊຽນ (ACCEPT) ໄລຍະທີ II ແມ່ນການຮ່ວມມືລະຫວ່າງ ສູນພະລັງງານອາຊຽນ (ACE) ແລະ ສະຖາບັນສາກົນນໍແວ (NUPI) ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກລັດຖະບານນໍແວ, ພາຍໃຕ້ໂຄງການເຊື່ອມໂຍງພາກພື້ນ ນໍແວ-ອາຊຽນ (ກອງທຶນ NARIP). ໂຄງການໃນໄລຍະເວລາ 48 ເດືອນ ໄດ້ເລີ່ມປະຕິບັດຢ່າງເປັນທາງການໃນວັນທີ 1 ພະຈິກ 2022, ໂດຍສືບຕໍ່ຈັດຕັ້ງປະຕິບັດຕາມໂຄງການ ACCEPT ໄລຍະທີ 1.

ເປົ້າໝາຍສໍາຄັນອັນໜຶ່ງຂອງໂຄງການ ACCEPT II ກໍເພື່ອສະໜັບສະໜູນການຈັດຕັ້ງແຜນປະຕິບັດງານອາຊຽນ ວ່າດ້ວຍການຮ່ວມມືທາງດ້ານພະລັງງານ (APAEC) ໃນພື້ນທີ່ແຜນງານເລກທີ 6, ນະໂຍບາຍ ແລະ ການວາງແຜນພະລັງງານໃນພາກພື້ນ, ຍຸດທະສາດທີ່ເນັ້ນໃສ່ຜົນໄດ້ຮັບ (OBS) 6, “ສົ່ງເສີມການແບ່ງປັນຂໍ້ມູນຂ່າວສານໃນສູນກາງເຊື່ອມໂຍງພະລັງງານ-ດິນຟ້າອາກາດ”, ເຊິ່ງລິເລີ່ມໂດຍໂຄງການ ACCEPT ໄລຍະທີ 1.

ໂຄງການ ACCEPT II ໃຫ້ການສະໜັບສະໜູນບັນດາປະເທດສະມາຊິກອາຊຽນ ໃນການຫັນປ່ຽນໄປສູ່ລະບົບພະລັງງານກາກບອນຕໍ່າ  ແລະ ບັນລຸຄວາມເປັນກາງຂອງທາດກາກບອນ. ໂຄງການດັ່ງກ່າວ ຊ່ວຍເພີ່ມປະສິດທິພາບການຄຸ້ມຄອງຂອງ ACE ໃນດ້ານພະລັງງານທີ່ກ່ຽວຂ້ອງກັບສະພາບດິນຟ້າອາກາດ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ພັດທະນາຄວາມຮູ້, ການສ້າງຄວາມອາດສາມາດ ແລະ ການຮ່ວມມືໃນພາກພື້ນ ເພື່ອເຊື່ອມໂຍງລະຫວ່າງພະລັງງານ ແລະ ດິນຟ້າອາກາດ.

Press Release

DOWNLOAD HERE

Stay updated!